U17 ທີມຊາດລາວ ມີລຸ້ນເຂົ້າຮອບສຸດທ້າຍ U17 ຊີງແຊ້ມອາຊີ 2023 ຈົບອັນດັບ 2 ດີສຸດທີມທີ 6

ວັນທີ 9 ຕຸລາຜ່ານມາ ທັບນັກກິລາເຕະບານຊາຍ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ລົງແຂ່ງຂັນ ນັດທີ 3 ຫລື ນັດສຸດທ້າຍຂອງກຸ່ມ ກຸ່ມ I ພົບກັບ ກີກິດສະຖານ (ກຽກກີ້ສະຖານ) ເຈົ້າພາບ ຮອບຄັດເລືອກກຸ່ມນີ້ ທີ່ສະໜາມ Dolon Omurzakov, ໃນນະຄອນຫລວງ Bishkek ທັງສອງທີມຕ້ອງການຊະນະໃຫ້ຫລາຍປະຕູ ເພື່ອລຸ້ນເຂົ້າຮອບສຸດທ້າຍ ໃນຖານະອັນດັບສອງ ດີສຸດ 5 ຫາ 6 ທີມ ຈາກ 10 ກຸ່ມ, ທັງສອງທີມເດີນເກມບຸກແລກກັນຢ່າງໜ້າສົນໃຈ ແລະ ເປັນ U17 ທີມຊາດລາວ ໄດ້ປະຕູອອກນຳກ່ອນຈາກ ເພັດສະໝອນ ສີຫາເທບ ນາທີ 16′, ມາໃນທ້າຍເຄິ່ງເວລາທີສອງ ກີກິດສະຖານ ໄດ້ປະຕູຕີສະເໝີນາທີ 82′ ແຕ່ໄລຍະຕໍ່ເວລາບາດເຈັບ ນາທີສຸດທ້າຍ 90+5′ U17 ທີມຊາດລາວ ມາໄດ້ປະຕູໄຊຈາກ ປີເຕີ ພັນທະວົງ ຈົບເກມ U17 ທີມຊາດລາວ ຊະນະ U17 ກີກິດສະຖານ ເຈົ້າພາບ ແບບຫວຸດວິດ 2-1.

ໄຊຊະນະນັດນີ້ U17 ທີມຊາດລາວ ທີມຊາດລາວ ມີ 6 ຄະແນນຈາກ 3 ນັດ ໄດ້ອັນດັບສອງຂອງກຸ່ມ ແລະ ເປັນອັນດັບສອງ ດີສຸດທີມທີ 6 ຈາກ 10 ກຸ່ມ ຍັງມີລຸ້ນເຂົ້າຮອບສຸດທ້າຍ ຫາກເຈົ້າພາບຮອບສຸດທ້າຍເປັນທີມທີ່ຜ່ານການຄັດເລືອກຄັ້ງນີ້, ຂະນະທີ່ ອີຣານ ມີ 9 ຄະແນນເຕັມ ຈາກ 3 ນັດ ໄດ້ອັນດັບໜຶ່ງຂອງກຸ່ມ ຄວ້າສິດໄປຮອບສຸດທ້າຍໃນປີໜ້າ, ສ່ວນ ກີກິດສະຖານ ມີ 3 ຄະແນນ ແລະ ຮົງກົງ ບໍ່ມີຄະແນນຕົກຮອບ.

ສຳລັບຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.

Photo: LaoFF

Leave a Reply

Your email address will not be published. Required fields are marked *