ຟັອບສ໌ (Forbes) ວາລະສານດ້ານທຸລະກິດຊື່ດັງຂອງໂລກ ໄດ້ເປີດເຜີຍຜົນສຳຫລວດນັກກິລາເຕະບານ ທີ່ມີລາຍໄດ້ຫລາຍສຸດໃນລະດູການນີ້ ໄດ້ແກ່: ຄີລຽນ ເອັມບັບເປ້ ສູນໜ້າທີມຊາດຝຣັ່ງ ໄວ 23 ປີ ຂອງສະໂມສອນ ປາຣີ ແຊັງແຊກແມັງ (PSG) ຄາດວ່າຈະໄດ້ຮັບປະມານ 128 ລ້ານໂດລາສະຫະລັດ (115.2 ລ້ານປອນ) ແຊງ ລີໂອເນວ ເມັສຊີ້ ແລະ ຄຣິສເຕຍໂນ້ ໂຣນາວໂດ້ ສອງຊຸບເປີສະຕາຣ ຄັ້ງທຳອິດ ໃນຮອບ 9 ປີ ໂດຍ ເມັສຊີ້ ຈະໄດ້ຮັບປະມານ 120 ລ້ານໂດລາ (108 ລ້ານປອນ) ແລະ ໂຣນາວໂດ້ ປະມານ 100 ລ້ານໂດລາ (90 ລ້ານປອນ).
ເມື່ອກ່ອນ ນັກເຕະບານ ທີ່ມີລາຍໄດ້ຫລາຍກວ່າ ເມັສຊີ້ ແລະ ໂຣນາວໂດ້ ແມ່ນ: ເດວິດ ເບັກແຮມ ໃນປີ 2013, ເອັມບັບເປ້ ຫາກໍຕໍ່ສັນຍາກັບ PSG ອີກ 5 ປີ ໃນເດືອນພຶດສະພາຜ່ານມາ ຢຸດຂ່າວຈະຍ້າຍໄປຮ່ວມທັບ ຣຽວ ມາດຣິດ.
ຂະນະທີ່ ອັນດັບທີ 4 ແມ່ນ: ເນມາຣ ປະມານ 87 ລ້ານໂດລາ (78.4 ລ້ານປອນ) ທີ 5 ໂມຮາເໝັດ ຊາລ້າ ປະມານ 53 ລ້ານໂດລາ (47.7 ລ້ານປອນ), ທີ 6 ເອີລິ້ງ ຮາແລນ ກອງໜ້າຟອມກຳລັງພົ້ນເດັ່ນຈາກ ແມນຊິຕີ້ ຈະໄດ້ຮັບປະມານ 39 ລ້ານໂດລາ (35.1 ລ້ານປອນ).
ທີ 7 ໂຣເບີດ ເລວານດັອຟສະກີ້ 35 ລ້ານໂດລາ (31.5 ລ້ານປອນ) ທີ 8 ເອເດັນ ອາຊາ 31 ລ້ານໂດລາ (27.9 ລ້ານປອນ), ທີ 9 ອັນເດັສ ອີເນັສຕ້າ 30 ລ້ານໂດລາ (27 ລ້ານປອນ) ແລະ ທີ 10 ເຄວິນ ເດີບຣອຍ 29 ລ້ານໂດລາ (26.1 ລ້ານປອນ).
Photo: Kylian Mbappé, Optus Sport