ເອຟເວີຕັນ ຕົກລົງປ່ອຍ ດາເລ່ ອາວລີ ກອງກາງໄວ 26 ປີ ຊາວອັງກິດ ໃຫ້ສະໂມສອນ ເບຊິກຕັສ ທີມໃນລີກສູງສຸດຂອງຕຸຣາເຄຍ ຍືມຕົວ ພາຍຫລັງ ຕົກເປັນຕົວສຳຮອງ ບໍ່ໄດ້ຮັບໂອກາດເທົ່າທີ່ຄວນກັບຜູ້ຈັດການທີມ ແຟັງ ແລມພ໊າດ.
ເດເລ່ ອາວລີ ຍ້າຍຈາກ ສະເປີ ມາຢູ່ກັບ ເອຟເວີຕັນ ໃນເດືອນມັງກອນປີຜ່ານມາ ໄດ້ລົງສະໜາມພຽງ 13 ນັດ. ນີ້ເປັນຄັ້ງທຳອິດທີ່ ອາວລີ ໄດ້ອອກໄປຫາປະສົບການໃໝ່ໃນລີກນອກປະເທດ.
Photo: Bleacher Report Football