ອີຕາລີ ແລະ ສະຫະລັດ ອາເມຣິກາ ມີໄຊ ເຂົ້າຮອບ 8 ທີມສຸດທ້າຍ! ບານສົ່ງຍິງຊິງແຊ້ມໂລກ 2022

ການແຂ່ງຂັນບານສົ່ງໃນຮົ່ມຍິງ ຍິງຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ, ການແຂ່ງຂັນຮອບທີ 2 ຫລື ຮອບ 16 ທີມສຸດທ້າຍ ແບ່ງເປັນ 2 ກຸ່ມ, ກຸ່ມລະ 8 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-4 ຂອງກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ, ເຊິ່ງຮອບທີສອງນີ້ ແມ່ນເອົາຜົນງານໃນຮອບທີໜຶ່ງຜ່ານມາ ບວກກັບຜົນງານໃນຮອບນີ້ ເພື່ອຈັດອັນດັບ ຄັດເຂົ້າຮອບ 8 ທີມຕໍ່ໄປ.

ການແຂ່ງຂັນຮອບສອງ ກຸ່ມ E ວັນທີ 7 ຕຸລາຜ່ານມາ: ອີຕາລີ ຮອງແຊ້ມຄັ້ງຜ່ານມາ ຊະນະ ອາກຊັງຕິນ 3-0 ເຊັດ, ລວມ ຊະນະ 7 ເສຍ 1 ເຂົ້າຮອບ 8 ທີມສຸດທ້າຍແນ່ນອນແລ້ວ, ຜົນອີກສອງຄູ່ໃນກຸ່ມດຽວກັນ ຍີ່ປຸ່ນ ຊະນະ ເປີໂຕຣິໂກ້ 3-0 ເຊັດ ແລະ ເບຣຊິນ ຊະນະ ເນເທີແລນ (ໂຮນລັງ) 3-0 ເຊັດ. ເບຣຊິນ, ສປ ຈີນ, ຍີ່ປຸ່ນ ແລະ ແບນຊິກ ລຸ້ນຕິດອັນດັບ 1-4 ຂອງກຸ່ມ ໃນນັດທີ່ເຫລືອ ເພື່ອລຸ້ນເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ.

ສ່ວນ ກຸ່ມ F ໄດ້ອີກໜຶ່ງທີມເຂົ້າຮອບ 8 ທີມສຸດທ້າຍຄື: ສະຫະລັດ ອາເມຣິກາ ພາຍຫລັງເອົາຊະນະ ຕູຣາເຄຍ 3-1 ເຊັດ, ຕາມຫລັງ ເຊີເບຍ (ແຊັກບີ້) ແຊ້ມເກົ່າ ແລະ ຕູຣາເຄຍ ເຂົ້າຮອບ 8 ທີມຕໍ່ໄປ, ຂະນະທີ່ ໄທ, ໂປໂລຍ, ການາດ້າ ແລະ ສາທາລະນະລັດ ໂດມີນີກັນ ລຸ້ນເຂົ້າຮອບໃນນັດສຸດທ້າຍ.

Photo: FIVB

Leave a Reply

Your email address will not be published. Required fields are marked *