ທັບຊາມູໄຣ ທີມຊາດຍີ່ປຸ່ນ ແຊ້ມເກົ່າ ກາຍເປັນທີມທີ 3 ທີ່ຜ່ານການຄັດເລືອກ ເຂົ້າສູ່ຮອບສຸດທ້າຍ ເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ຊີງແຊ້ມອາຊີ 2023 ພາຍຫລັງເອົາຊະນະ ຊີເຣຍ (ຊີຣີ) 3-0 ຮອບຄັດເລືອກ ກຸ່ມ A ນັດທີ 3 ໃນວັນທີ 7 ຕຸລາຜ່ານມາ, U17 ຍີ່ປຸ່ນ ຄວ້າໄຊ 3 ນັດລວດ ຖິ້ມຫ່າງອັນດັບທີສອງ ຈໍແດນ (ຊັອກດານີ້) ເຈົ້າພາບຮອບຄັດເລືອກກຸ່ມນີ້ 4 ຄະແນນ ເຫລືອການແຂ່ງຂັນພຽງນັດດຽວ ເຮັດໃຫ້ ຍີ່ປຸ່ນ ຄວ້າອັນດັບທີ 1 ຂອງກຸ່ມ ແນ່ນອນແລ້ວ ຜ່ານການຄັດເລືອກສູ່ຮອບສຸດທ້າຍ ໃນປີ 2023 ເປັນຄັ້ງທີ 14 ຕິດຕໍ່ກັນ.
ຂະນະທີ່ U17 ອຸສເບກິສຖານ ແຊ້ມປີ 2012 ກໍເປັນອີກໜຶ່ງທີມ ທີ່ຜ່ານການຄັດເລືອກ ພາຍຫລັງຊະນະ ສາທາລະນະລັດເກົາຫລີ (ເກົາຫລີໃຕ້) 3-2 ຄວ້າໄຊ 2 ນັດລວດ ແລະ ອີກໜຶ່ງທີມທີ່ຜ່ານການຄັດເລືອກແມ່ນ ອີຣານ ພາຍຫລັງຊະນະ 2 ນັດລວດໃນກຸ່ມ I ທີ່ມີ U17 ທີມຊາດລາວ ຮ່ວມຄັດເລືອກ.
ສຳລັບຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
Photo: AFC