ວັນທີ 7 ຕຸລານີ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ຄວ້າໄຊຊະນະເໜືອ U17 ຮົງກົງ 5-0 ທີ່ສະໜາມ Dolon Omurzakov, ໃນນະຄອນຫລວງ Bishkek ປະເທດກີກິດສະຖານ ຮອບຄັດເລືອກ ກຸ່ມ I ນັດທີ 2 ໂດຍ U17 ທີມຊາດລາວ ໄດ້ປະຕູຈາກ ສາຍຝົນ ແກ້ວຫານາມ ສອງປະຕູ ນາທີ 16′, 48′, ປີເຕີ ພັນທະວົງ ສອງປະຕູ ນາທີ 74′, 78′ ແລະ ຄຳໝັ້ນ ທາປະເສີດ ນາທີ 30′.
U17 ທີມຊາດລາວ ລົງແຂ່ງ 2 ນັດ ມີ 3 ຄະແນນ, ນັດທີ 1 ຜ່ານມາ ເສຍໃຫ້ ອີຣານ 0-3, ນັດທີ 3 ຫລື ນັດສຸດທ້າຍຂອງກຸ່ມ U17 ທີມຊາດລາວ ຈະພົບກັບ ເຈົ້າພາບ ກີກິດສະຖານ ວັນທີ 9 ຕຸລາ ເວລາ 20:30 ຕາມເວລາໃນປະເທດລາວ ທຸກນັດແຂ່ງຂັນທີ່ສະໜາມ Dolon Omurzakov, ໃນນະຄອນຫລວງ Bishkek.
ສຳລັບຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
Photo: LaoFF