ອາຣເຊນໍລ ຕັດສິນໃຈປ່ອຍ ນິໂຄລາສ ເປເປ້ ປີກໄວ 27 ປີ ທີມຊາດໄອໂວຣີໂຄ໊ດ (ກົດດີວົວ) ກັບໄປຝຣັ່ງ ຢູ່ກັບສະໂມສອນ ນິຊ ທີມໃນລີກອ໋ອງຝຣັ່ງ ໃນສັນຍາຍືມຕົວ ພ້ອມເງື່ອນໄຂຊື້ຂາດ, ພາຍຫລັງ ເປເປ້ ຟອມບໍ່ປະຈັກຕາ ບໍ່ຖືກໃຈ ມິເກວ ອາຣເຕຕ້າ ຜູ້ຈັດການທີມ ເດີ ກັນເນີ້.
ນິໂຄລາສ ເປເປ້ ຍ້າຍຈາກ ລິນລ໌ ມາຢູ່ກັບ ອາຣເຊນໍລ ໃນປີ 2019 ດ້ວຍຄ່າໂຕແພງສຸດຂອງສະໂມສອນ 72 ລ້ານປອນ ແຕ່ຍິງໄດ້ພຽງ 27 ປະຕູ ຈາກ 112 ນັດ, ໂດຍສັນຍາຍັງເຫລືອຮອດປີ 2024.