ເຊບີຢ້າ ທີມຊັ້ນນຳໃນສັງວຽນ ລາລີກ້າ ແອັສປາຍ ຕັດສິນໃຈປົດ ຢູເລນ ໂລເປເຕກີ ອອກຈາກຕຳແໜ່ງຄູຝຶກ ພາຍຫລັງພາທີມ ເສຍເປັນນັດທີ 6 ຈາກ 10 ນັດໃນລະດູການນີ້ ຈົ່ມຢູ່ທ້າຍຕາຕະລາງ ລາລີກ້າ ມີພຽງ 5 ຄະແນນຈາກ 7 ນັດ ແລະ ມີພຽງ 1 ຄະແນນຈາກ 3 ນັດ ໃນ ຢູຟ້າ ແຊ້ມປ້ຽນລີກ ໂອກາດລຸ້ນເຂົ້າຮອບ 16 ທີມລຳບາກ ໂດຍສະເພາະນັດຫລ້າສຸດ ເສຍຄາບ້ານໃຫ້ ດັອດມຸນ ເຖິງ 1-4.
ໂລເປເຕກີ ຄູຝຶກຊາວແອັສປາຍ ໄວ 56 ປີ ເຂົ້າມາຄຸມ ເຊບີຢ້າ ໃນເດືອນມິຖຸນາ ປີ 2019 ພາທີມໄດ້ແຊ້ມ ຢູໂຣປ້າລີກ ໃນປີ 2020 ລວມແລ້ວຄຸມທີມທັງໝົດ 170 ນັດ ຊະນະ 90 ສະເໝີ 44 ເສຍ 36 ສະເລ່ຍໂອກາດຊະນະຕໍ່ນັດ 52.94%.
ປະຈຸບັນ ເຊບີຢ້າ ໄດ້ແຕ່ງຕັ້ງ ຈໍເກ້ ຊາມເປົາລີ້ ຄູຝຶກຊາວອາກຊັງຕິນຕິນ ອະດີດຄູຝຶກທີມຊາດອາກຊັງ ແລະ ສະໂມສອນ ໂອລິມປິກ ມາກເຊີຍ ເຂົ້າມາຄຸມທີມເປັນຄັ້ງທີສອງ ຕໍ່ຈາກປີ 2016 – 2017.
Photo: Sevilla FC