ນິວຄາສເຊິນ ຢູໄນເຕັດ ທີມມະຫາເສດຖີໃນສັງວຽນ ພຣີເມ່ຍລີກ ອັງກິດ ທີ່ຫາກໍໄດ້ເຈົ້າຂອງໃໝ່ຈາກ ຊາອຸດິ ອາຣາເບຍ ຍອມຈົກເງິນ 60 ລ້ານປອນ ຊື້ ອາເລັກຊານເດີ ອີຊັກ ສູນໜ້າທີມຊາດສະວີເດັນ ໄວ 22 ປີ ຈາກສະໂມສອນ ຣຽວ ໂຊເຊຍແດັດ ລາຄາ 60 ລ້ານປອນ ກາຍເປັນນັກເຕະທີ່ຊື້ມາເສີມທັບແພງສຸດຂອງສະໂມສອນ ທຳລາຍສະຖິຕິຂອງ ບຣູໂນ້ ກຸຍມາຣັສ ແລະ ໂຈເອວລິນຕັ້ນ ສອງຕົວບຸກຊາວເບຣຊິນ ທີ່ຊື້ມາ 40 ລ້ານປອນ.
ອີຊັກ ກາຍເປັນນັກເຕະຄົນທີ 4 ທີ່ນິວຄາສເຊິນ ທີ່ຊື້ມາເສີມທັບຊຸດໃຫຍ່ໃນລະດູການໃໝ່, ອີຊັກ ເປັນກອງໜ້າທີ່ຟອມກຳລັງດີຂຶ້ນເລື້ອຍໆ ຢູ່ກັບ ຣຽວ ໂຊເຊຍແດັດ 3 ລະດູການ ຍິງ 44 ປະຕູ ຈາກ 132 ນັດ.
Photo: Real Sociedad