ການແຂ່ງຂັນບານສົ່ງໃນຮົ່ມຍິງ ຍິງຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ, ການແຂ່ງຂັນຮອບທີ 2 ຫລື ຮອບ 16 ທີມສຸດທ້າຍ ແບ່ງເປັນ 2 ກຸ່ມ, ກຸ່ມລະ 8 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-4 ຂອງກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ, ເຊິ່ງຮອບທີສອງນີ້ ແມ່ນເອົາຜົນງານໃນຮອບທີໜຶ່ງຜ່ານມາ ບວກກັບຜົນງານໃນຮອບນີ້ ເພື່ອຈັດອັນດັບ ຄັດເຂົ້າຮອບ 8 ທີມຕໍ່ໄປ.
ການແຂ່ງຂັນຮອບສອງ ກຸ່ມ E ວັນທີ 6 ຕຸລາຜ່ານມາ: ສປ ຈີນ ແຊງຊະນະ ເນເທີແລນ (ໂຮນລັງ) 3-2 ເຊັດ, ສ່ວນ ເບຣຊິນ ຊະນະ ເປີໂຕຣິໂກ້ 3-0 ເຊັດ, ຂະນະນີ້ ຈີນ, ເບຣຊິນ ແລະ ອີຕາລີ ຊະນະ 6 ເສຍ 1 ລຸ້ນເຂົ້າຮອບ 8 ທີມສຸດທ້າຍ ໃນ 2 ນັດທີ່ເຫລືອ.
ສ່ວນ ກຸ່ມ F ໄດ້ສອງທີມເຂົ້າຮອບ 8 ທີມແນ່ນອນແລ້ວຄື: ເຊີເບຍ (ແຊັກບີ້) ແຊ້ມເກົ່າ ທີ່ຄວ້າໄຊ 7 ນັດລວດ ແລະ ຕູຣາເຄຍ (ຕວກກີ້) ຊະນະ 6 ເສຍ 1 ເຖິງວ່າເຫລືອການແຂ່ງຂັນ 2 ນັດກໍ່ຕາມ ແຕ່ຕິດອັນດັບ 1 ໃນ 4 ຂອງກຸ່ມແນ່ນອນ.
ສຳລັບຕາຕະລາງການແຂ່ງຂັນວັນທີ 7 ຕຸລານີ້ ປະກອບມີ: ຍີ່ປຸ່ນ ພົບ ເປີໂຕຣິໂກ້, ອີຕາລີ ພົບ ອາກຊັງຕິນ, ເບຣຊິນ ພົບ ໂຮນລັງ, ແຊັກບີ້ ພົບ ໄທ, ສະຫະລັດ ອາເມຣິກາ ພົບ ຕູຣາເຄຍ, ໂປໂລຍ ພົບ ການາດ້າ ແລະ ສາທາລະນະລັດ ໂດມີນີກັນ ພົບ ເຢຍລະມັນ.
Photo: FIVB