ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ຄອນເຟີເຣນລີກ ລະດູການ 2022-23 ກຸ່ມ B ນັດທີ 3 ຄືນວັນທີ 6 ຕຸລາຜ່ານມາ. ເວັສແຮມ ຢູໄນເຕັດ ຈາກອັງກິດ ບຸກຊະນະ ອັນເດີເລດ ຈາກແບນຊິກ 1-0 ຈາກປະຕູໄຊຂອງ ຈານລູກ້າ ສະກາມັກກ້າ ນາທີ 79′.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຊິວເກີບອກ ຈາກເດັນມາກ ຊະນະ ສະເຕອົວ ບູຄູເຣັສ ຈາກຣູມານີ້ 5-0 ຜ່ານໄປ 3 ນັດ: ເວັສແຮມ ມີ 9 ຄະແນນເຕັມ, ອັນເດີເລດ 4 ຄະແນນ, ຊິວເກີບອກ 3 ຄະແນນ ແລະ ສະເຕອົວ ບູຄູເຣັສ ມີ 1 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 13 ຕຸລານີ້.
Photo: UEFA Europa League, West Ham United