ທັບປືນໃຫຍ່ ອາຣເຊນໍລ ຍັງຟອມດີຕໍ່ເນື່ອງ ເປີດບ້ານເອົາຊະນະ ໂບໂດ້ກິມ ແຊ້ມລີກສູງສຸດນໍຣເວ (ນອກແວ) 3-0 ເຕະບານ ຢູໂຣປ້າລີກ ກຸ່ມ A ນັດທີ 3 ຄືນວັນທີ 6 ຕຸລາຜ່ານມາ, ໄດ້ປະຕູຈາກ ແອັດດີ້ ເອັນເຄເຕຍ ນາທີ 23′, ຣັອບ ໂຮດິ້ງ ນາທີ 27′ ແລະ ຟາບີໂອ ວິເອຣ້າ ນາທີ 84′.
+ ເດີ ກັນເນີ້ ຊະນະ ເປັນນັດທີ 9 ຈາກ 10 ນັດໃນລະດູການນີ້ ແລະ ຄວ້າໄຊໃນ 4 ນັດຫລັງສຸດ ກ່ອນເປີດບ້ານດວນກັບ ລີເວີພູລ ວັນທີ 9 ຕຸລານີ້.
ສຳລັບຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ພີເອັສວີ ໄອໂຮເຟັນ ບຸກຊະນະ ຊູຣິກ 5-1 ຕາຕະລາງຄະແນນຂະນະນີ້ ອາຣເຊນໍລ ແຂ່ງ 2 ນັດ ມີ 6 ຄະແນນ, ພີເອັສວີ ແຂ່ງ 2 ນັດ ມີ 4 ຄະແນນ, ໂບໂດ້ກິມ ແຂ່ງ 3 ນັດ ມີ 4 ຄະແນນ ແລະ ຊູຣິກ ແຂ່ງ 3 ນັດ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 13 ຕຸລານີ້.
Photo: UEFA Europa League, Arsenal