ຣາຊຟອດ-ມາກຊີຢາວ ຊຸບເປີຊັບ ລົງມາຍິງ 3 ປະຕູ ຊ່ວຍ ແມນຢູ ບຸກຊະນະ ໂອໂມເນຍ 3-2 ຢູໂຣປ້າລີກ ນັດທີ 3

ມາຣຄັສ ຣາຊຟອດ ແລະ ອ໋ອງໂທນີ້ ມາກຊີຢາວ ກາຍເປັນຊຸບເປີຊັບ ຍອດຕົວສຳຮອງ ລົງມາຍິງ 3 ປະຕູ ຊ່ວຍທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ບຸກແຊງຊະນະ ໂອໂມເນຍ ນິໂຄເຊຍ ທີມຈາກໄຊປຣັສ ແບບມ່ວນມັນ 3-2 ເຕະບານ ຢູຟ້າ ຢູໂຣປ້າລີກ ກຸ່ມ E ນັດທີ 3 ຄືນວັນທີ 6 ຕຸລາຜ່ານມາ.

ຣາຊຟອດ ແລະ ມາກຊີຢາວ ລົງມາຊ່ວຍທີມໃນເຄິ່ງຫລັງ ພາຍຫລັງ ແມນຢູ ຕາມຫລັງ ໂອໂມເນຍ 0-1 ຫລັງຈົບເຄິ່ງເວລາທຳອິດ ໂດຍ ຣາຊຟອດ ຍິງສອງປະຕູ, ມາກຊີຢາວ ຍິງໜຶ່ງປະຕູ, ສ່ວນຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຣຽວ ໂຊເຊຍແດັດ ບຸກຊະນະ ເຊຣິຟ 2-0 ຜ່ານໄປ 3 ນັດ: ຣຽວ ໂຊເຊຍແດັດ ມີ 9 ຄະແນນເຕັມ, ແມນຢູ 6 ຄະແນນ, ເຊຣິຟ 3 ຄະແນນ ແລະ ໂອໂມເນຍ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 13 ຕຸລານີ້.

Photo: UEFA Europa League, Manchester United

Leave a Reply

Your email address will not be published. Required fields are marked *