ຕິດຕາມ! ແມນຢູ ຢູ່ໂຖທີ 1 ການຈັບສະຫລາກ ຢູຟ້າ ຢູໂຣປ້າລີກ ລະດູການໃໝ່ 2022-23 ມື້ນີ້

ທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ຖືກວາງຢູ່ໂຖທີ 1 ການຈັບສະຫລາກເຕະບານ ຢູໂຣປ້າລີກ ລະດູການໃໝ່ 2022-23 ແມນຢູ ແຊ້ມ 1 ສະໄໝ ຢູ່ໂຖທີ 1 ຮ່ວມກັບ ອາຣເຊນໍລ, ໂຣມ້າ, ລາຊີໂອ້, ບາຣກ້າ, ເຣດສະຕາຣ ເບວເກດ, ດີນາໂມ ຄ້ຽບ ແລະ ໂອລິມເປຍກັອສ.

ໂຖທີ 2 ປະກອບມີ: ເຟເຢນຣູດ, ພີເອັສວີ ໄອໂອເຟັນ, ແຣນສ໌, ໂມນາໂຄ, ຣຽວ ໂຊເຊຍແດັດ, ກາຣາບັກ, ມາໂມລ ແລະ ລູໂດໂກເຣັດ. ໂຖທີ 3 ມີ: ເຊຣິຟ, ຣຽວ ເບຕິສ, ມິດຈິວແລ້ນ, ໂບໂດ້ ກິມ, ເຟເຣັນວາຣັອສ, ຢູນ້ຽນ ເບີລິນ, ໄຟຣບວກ ແລະ ເຟເນບາເຊ້. ໂຖທີ 4 ປະກອບມີ: ນ໋ອງ, ເອັຈເຈເຄ ເຮວຊິງກິ, ສະຕຳ ກຣາສ, ເອອີເຄ ລານາກ້າ, ໂອມີເນຍ ນິໂຄເຊຍ, ຊູຣິກ, ຢູນ້ຽນ ເຊັນ ຈິວລອຍເຊ່ ແລະ ທຣັບຊອນສະປໍຣ. ທີມທີ່ຢູ່ໂຖດຽວກັນ ຈະບໍ່ພົບກັນ ແລະ ທີມທີ່ຢູ່ລີກດຽວກັນຈະບໍ່ພົບກັນ ໃນຮອບແບ່ງກຸ່ມ.

Leave a Reply

Your email address will not be published. Required fields are marked *