ການຈັບສະຫລາກແບ່ງສາຍ ບຸນຊ່ວງເຮືອປະເພນີ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ 2022 ປີນີ້ ມີເຮືອເຂົ້າຮ່ວມທັງໝົດ 33 ລຳ ໃນ 3 ປະເພດ ປະກອບມີ: ເຮືອປະເພນີຊາຍ 55 ສີພາຍ 7 ລຳ, ເຮືອປະເພນີຍິງ 55 ສີພາຍ 5 ລຳ ແລະ ເຮືອ 12 ສີພາຍ 21 ລຳ.
ຜ່ານການຈັບສະຫລາກ ເຮືອປະເພນີຊາຍ 55 ສີພາຍ ມີ 7 ລຳ ເຂົ້າຮ່ວມ ແບ່ງອອກເປັນ 2 ສາຍ, ສາຍ ກ ປະກອບມີ: ແຊ້ມເກົ່າ ຣີສອດປາກນໍ້າຄານ (ບໍລິສັດແສງເພັດ ເກັບກູ້ລະເບີດ), ບ້ານຫາດກ້ຽງ ເມືອງໄຊທານີ, ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ ແລະ ນະຄອນຫລວງ ອຸດສາຫະກຳເຫລັກ (ຊຽງຄວນ); ສາຍ ຂ ມີ: ທິດາສາຍແວວ ທະນາຄານ ພັດທະນາລາວ (LDB), ທິດາສ້ອຍຟ້າ ບ້ານຫາຍໂສກ ເມືອງສີສັດຕະນາກ ແລະ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ (ເຮືອພອນພະແກ້ວ).
ຂະນະທີ່ ເຮືອປະເພນີຍິງ 55 ສີພາຍ 5 ລຳ ເຂົ້າຮ່ວມ ແບ່ງເປັນ 2 ສາຍ, ສາຍ ກ ປະກອບມີ: ທິດາສາຍແວວ ບ້ານຫາດສ້ຽວ ເມືອງທຸລະຄົມ ແຂວງວຽງຈັນ, ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງໄຊທານີ ນະຄອນຫລວງວຽງຈັນ; ສາຍ ຂ ມີ: ບ້ານທ່າພະ ເມືອງຫາດຊາຍຟອງ ແລະ ບໍລິສັດ ດວງຕາ ຫີນ-ຊາຍ (ຊຽງຄວນ).
ສ່ວນ ເຮືອ 12 ສີພາຍ 21 ລຳ ເຂົ້າຮ່ວມ ແບ່ງເປັນ 4 ສາຍ, ສາຍ ກ ປະກອບມີ: ພະຍານະຄະຣາຊ, ທິດາສາຍແວວ 1, ບີເຄ ຮອນດ້າ, ບໍລິສັດ ອິນທະພອນ, ມາລິໂອ ພາລວຍ ແລະ ອົງສາຟາມ ຈາກເມືອງວັງວຽງ ແຂວງວຽງຈັນ; ສາຍ ຂ ມີ: ເທບພະບຸດເຕົ່າທອງ ບ້ານທ່າງ່ອນ ເມືອງໄທທານີ, ເຈົ້າແມ່ອໍລະໄທ ບ້ານນາທາມ ເມືອງຫາດຊາຍຟອງ, ນ້ອງໃໝ່ ເທບພະນັນໄຊ ເມືອງຫີນບູນ ແຂວງຄຳມ່ວນ, ເຮືອທິດາສາຍແວວ 2 ແລະ ເຮືອພອນສະຫວັນ 1.
ສາຍ ຄ ປະກອບມີ: ເຮືອພອນສະຫວັນ 2, ບ້ານຫາຍໂສກ ເມືອງສີສັດຕະນາກ, ບໍລິສັດ ອະພິມາ, ເຮືອເທບແສນໄຊ ແລະ ເຮືອສູນຄົ້ນຄວ້າສາຍພັນເຂົ້າ ຮ່ວມກັບ ບໍລິສັດ ເດດນະຄອນ ຂົນສົ່ງ; ສາຍ ງ ມີ: ເຮືອໂຕໂນ້ ພາລວຍ, ບ້ານທ່າເດື່ອ ເມືອງຫາດຊາຍຟອງ, ເຮືອເພັດມີໄຊ 1, ເຈົ້າແມ່ປະກາຍສິດ ບ້ານໂຄກຊາຍ ເມືອງຫາດຊາຍຟອງ ແລະ ເຮືອເພັດມີໄຊ 2.
ສຳລັບ ເຮືອ 12 ສີພາຍ ຈະແຂ່ງຂັນໃນວັນທີ 10 ຕຸລາ, ສ່ວນ ເຮືອປະເພນີຍິງ-ຊາຍ 55 ສີພາຍ ຈະແຂ່ງຂັນວັນທີ 11 ຕຸລາ 2022.
ພາບ: ສີພອນ ຈັນທາດາລາ (ໝອກ ວຽງຈັນໃໝ່), ທີມເຮຶອສະໂມສອນ ນາວາສັກສິດ