ຢູເຄຣນ (ອູແກຣນ) ອີກໜຶ່ງປະເທດໃນທະວີບເອີຣົບ ຕັດສິນໃຈມາຮ່ວມກັບ ປະເທດສະເປນ (ແອັສປາຍ) ແລະ ໂປຕູເກດ (ປັອກຕຸຍການ) ພ້ອມຊິງສິດເປັນເຈົ້າພາບ ເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 24 ຫລື ບານໂລກ ປີ 2030 ຮ່ວມກັນ, ກ່ອນໜ້ານີ້ ເມື່ອເດືອນມິຖຸນາ ປີ 2021 ມີພຽງ ແອັສປາຍ ແລະ ປັອກຕຸຍການ ທີ່ຮ່ວມກັນຊິງສິດເປັນເຈົ້າພາບ.
ສຳລັບ ປະເທດອູແກຣນ ຍັງບໍ່ເຄີຍເປັນເຈົ້າພາບ ບານໂລກ ມາກ່ອນ ແຕ່ເຄີຍເປັນເຈົ້າພາບ ຢູໂຣ ຮ່ວມກັບ ໂປແລນ (ໂປໂລຍ) ໃນປີ 2012, ຂະນະທີ່ ປັອກຕຸຍການ ກໍຍັງບໍ່ເຄີຍເປັນເຈົ້າພາບ ບານໂລກ ແຕ່ເຄີຍເປັນເຈົ້າພາບ ຢູໂຣ 1 ຄັ້ງ ປີ 2004, ສ່ວນ ແອັສປາຍ ເຄີຍເປັນເຈົ້າພາບ ບານໂລກ ມາແລ້ວ 1 ຄັ້ງ ປີ 1982 ແລະ ເປັນເຈົ້າພາບ ຢູໂຣ ປີ 1964.
ຢ່າງໃດກໍຕາມ ຄູ່ແຂ່ງຍາດຊິງເປັນເຈົ້າພາບ ບານໂລກ 2030 ຂອງ ອູແກຣນ, ແອັສປາຍ ແລະ ໂປຕູເກດ ຍັງມີຫລາຍຊາດເຊັ່ນ: ອູຣູໄກວ, ປາຣາໄກວ, ອາເຈນຕິນ້າ (ອາກຊັງຕິນ) ແລະ ຊິລີ (ຊິເລ່) 4 ຊາດຈາກອາເມຣິກາໃຕ້ ທີ່ພ້ອມຊິງສິດເປັນເຈົ້າພາບຮ່ວມກັນ ລວມທັງ ເອຢິບ, ເກຣັກ, ຊາອຸດິອາຣາເບຍ ກໍຂໍຊິງສິດເປັນເຈົ້າພາບຮ່ວມກັນ ແລະ ປະເທດໂມຣັອກໂຄ (ມາຣົກ) ພ້ອມຊິງສິດເປັນເຈົ້າພາບຜູ້ດຽວ.