ຍີ່ປຸ່ນ ແຊ້ມເກົ່າ ຖະຫລົ່ມ ເຕີກມີນິດສະຖານ 7-0 ແລະ ຫວຽດນາມ ຊະນະ ໄຕ້ຫວັນ 4-0 ຮອບຄັດເລືອກ U17 ຊີງແຊ້ມອາຊີ 2023

ການຮອບຄັດເລືອກເຕະບາຍຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ຊີງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ A ທີ່ຈໍແດນ (ຊັອກດານີ້) ເປັນເຈົ້າພາບ, ທັບຊາມູໄຣ ທີມຊາດຍີ່ປຸ່ນ ແຊ້ມເກົ່າ ຖະຫລົ່ມ ເຕີກມີນິດສະຖານ 7-0 ແລະ ຈໍແດນ ເຈົ້າພາບ ຊະນະ ຟີລິບປິນ 3-1, ຍີ່ປຸ່ນ ມີ 6 ຄະແນນເຕັມຈາກ 2 ນັດ, ຈໍແດນ ມີ 4 ຄະແນນ ຈາກ 2 ນັດ, ເຕີກມີນິດສະຖານ ມີ 4 ຄະແນນ ຈາກ 3 ນັດ, ຊີຣີ (ຊີເຣຍ) ມີ 2 ຄະແນນ ຈາກ 2 ນັດ ແລະ ຟີລິບປິນ ເສຍທັງ 3 ນັດ ຕົກຮອບແນ່ນອນແລ້ວ, ນັດຕໍ່ໄປ ຊີຣີ ພົບ ຍີ່ປຸ່ນ ແລະ ຈໍແດນ ພົບ ເຕີກມີນິດສະຖານ ຈະແຂ່ງຂັນວັນທີ 7 ຕຸລານີ້.

ກຸ່ມ F ຄັດເລືອກທີ່ຫວຽດນາມ, ນັດທຳອິດ ຫວຽດນາມ ເຈົ້າພາບ ຊະນະ ໄຕ້ຫວັນ 4-0 ແລະ ໄທ ຊະນະ ເນປານ 3-0, ນັດທີສອງ ຫວຽດນາມ ພົບ ເນປານ ແລະ ໄທ ພົບ ໄຕ້ຫວັນ ຈະແຂ່ງຂັນວັນທີ 7 ຕຸລານີ້.

ສ່ວນ U17 ທີມຊາດລາວ ຄັດເລືອກຢູ່ ກຸ່ມ I ທີ່ປະເທດກີກິດສະຖານ (ກຽກກີ້ສະຖານ) ນັດທຳອິດ ເສຍໃຫ້ ອີຣານ 0-3, ອີກຄູ່ໜຶ່ງໃນກຸ່ມດຽວກັນ ກີກິດສະຖານ ເຈົ້າພາບ ແຊງຊະນະ ຮົງກົງ 2-1, ນັດທີສອງ U17 ທີມຊາດລາວ ຈະພົບກັບ ຮົງກົງ ແລະ ອີຣານ ພົບ ກີກິດສະຖານ ຈະແຂ່ງຂັນວັນທີ 7 ຕຸລານີ້.

ຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.

Photo: LaoFF, AFC

Leave a Reply

Your email address will not be published. Required fields are marked *