ເວັສລີ້ ໂຟຟານ້າ ກອງຫລັງດາວເດັ່ນຊາວຝຣັ່ງ ຍິງປະຕູທຳອິດກັບສັງກັດໃໝ່ ເຊວຊີ ຊ່ວຍທີມເປີດບ້ານ ຊະນະ ເອຊີ ມິລານ 3-0 ຮອບແບ່ງກຸ່ມ ນັດທີ 3 ຢູຟ້າ ແຊ້ມປ້ຽນລີກ ຄືນວັນທີ 5 ຕຸລາຜ່ານມາ, ໂຟຟານ້າ ຍິງປະຕູນາທີ 24′ ຈາກນັ້ນ ໄດ້ຮັບບາດເຈັບ ຖືກປ່ຽນຕົວອອກນາທີ 38′ ເຄິ່ງຫລັງ ເຊວຊີ ມາໄດ້ປະຕູເພີ່ມຈາກ ໂອບາເມຢອງ ແລະ ຣິຊ ເຈສ໌.
ເວັສລີ້ ໂຟຟານ້າ ໄວ 21 ປີ ຍ້າຍຈາກ ເລັສເຕີ ຊິຕີ້ ມາຢູ່ກັບ ເຊວຊີ ໃນລະດູການນີ້ ດ້ວຍຄ່າໂຕ 70 ລ້ານປອນ ເຊັນສັນຍາ 7 ປີ, ສຳລັບຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເຊົາບວກ ຊະນະ ດີນາໂມ ຊາເກັບ 1-0 ຜ່ານໄປ 3 ນັດ: ເຊົາບວກ ມີ 5 ຄະແນນ, ເຊວຊີ ແລະ ມິລານ ມີ 4 ຄະແນນ, ຊາເກັບ ມີ 3 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 11 ຕຸລານີ້.
Photo: UEFA Champions League