ເຊີເບຍ ແຊ້ມເກົ່າ ຟອມເດັ່ນຕໍ່ເນື່ອງ ຊະນະ 7 ນັດລວດ ເຂົ້າຮອບ 8 ທີມສຸດທ້າຍ! ບານສົ່ງຍິງຊິງແຊ້ມໂລກ 2022

ການແຂ່ງຂັນບານສົ່ງໃນຮົ່ມຍິງ ຍິງຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ, ການແຂ່ງຂັນຮອບທີ 2 ຫລື ຮອບ 16 ທີມສຸດທ້າຍ ແບ່ງເປັນ 2 ກຸ່ມ, ກຸ່ມລະ 8 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-4 ຂອງກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ, ເຊິ່ງຮອບທີສອງນີ້ ແມ່ນເອົາຜົນງານໃນຮອບທີໜຶ່ງຜ່ານມາ ບວກກັບຜົນງານໃນຮອບນີ້ ເພື່ອຈັດອັນດັບ ຄັດເຂົ້າຮອບ 8 ທີມຕໍ່ໄປ.

ການແຂ່ງຂັນຮອບສອງ ກຸ່ມ F ວັນທີ 5 ຕຸລາຜ່ານມາ: ເຊີເບຍ (ແຊັກບີ້) ແຊ້ມເກົ່າ ຜົນງານດີຕໍ່ເນື່ອງ ຊະນະ ສາທາລະນະລັດ ໂດມີນີກັນ 3-0 ເຊັດ ຄວ້າໄຊ 7 ນັດລວດ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍແນ່ນອນແລ້ວ, ຂະນະທີ່ ຕູຣາເຄຍ ຊະນະ ການາດ້າ 3-0 ເຊັດ ຊະນະ 6 ເສຍ 1 ເຂົ້າຮອບ 8 ທີມສຸດທ້າຍເຊັ່ນກັນ ເຖິງວ່າເຫລືອການແຂ່ງຂັນ 2 ນັດກໍ່ຕາມ ຕິດອັນດັບ 1 ໃນ 4 ຂອງກຸ່ມແນ່ນອນ. ຂະນະທີ່ ຊະນະ ເຢຍລະມັນ ຊະນະ ໄທ 3-1 ເຊັດ, ແລະ ໂປໂລຍ ຊະນະ ສະຫະລັດ ອາເມຣິກາ 3-0 ເຊັດ.

ກຸ່ມ E: ອີຕາລີ ຮອງແຊ້ມຄັ້ງຜ່ານມາ ຊະນະ ຍີ່ປຸ່ນ 3-1 ເຊັດ, ສປ ຈີນ ຊະນະ ເປີໂຕຣິໂກ້ 3-0 ເຊັດ ແລະ ເບວຢ້ຽມ (ແບນຊິກ) ຊະນະ ອາເຈນຕິນ້າ (ອາກຊັງຕິນ) 3-1 ເຊັດ, ກຸ່ມນີ້ ທີມນຳແມ່ນ ອີຕາລີ ຊະນະ 6 ເສຍ 1, ຈີນ ແລະ ເບຣຊິນ ຊະນະ 5 ເສຍ 1, ແບນຊິກ ແລະ ຍີ່ປຸ່ນ ຊະນະ 5 ເສຍ 2 ມື້ນີ້ ສືບຕໍ່ແຂ່ງຂັນຕື່ມອີກ.

Photo: FIVB

Leave a Reply

Your email address will not be published. Required fields are marked *