ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ (U18) ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2022, ການແຂ່ງຂັນໃນວັນທີ 25 ສິງຫາຜ່ານມາ ທີ່ສະໜາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດ.
ມາສເຕີ້ ເຊເວັ້ນ ຊະນະ ຫຼວງພະບາງ 3-2, ຈຳປາສັກ ສະເໝີກັບ ກອງທັບ 0-0 ແລະ ຊ້າງນ້ອຍ ສະເໝີກັບ ວຽງຈັນ 1-1. ຕາຕະລາງຄະແນນຂະນະນີ້ ເອສຣາ ແຂ່ງ 5 ນັດ ຊະນະ 5 ນັດລວດ ມີ 15 ຄະແນນເຕັມ ເຂົ້າຮອບ 4 ທີມສຸດທ້າຍແນ່ນອນແລ້ວ, ຈໍາປາສັກ ແຂ່ງຄົບ 6 ນັດ ຊະນະ 4 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 13 ຄະແນນ ກໍເຂົ້າຮອບ 4 ທີມສຸດທ້າຍເຊັ່ນກັນ.
ສ່ວນ ຫຼວງພະບາງ ແຂ່ງ 5 ນັດ ຊະນະ 2 ນັດ ເສຍ 3 ນັດ ມີ 6 ຄະແນນ, ວຽງຈັນ ແຂ່ງ 5 ນັດ ຊະນະ 1 ນັດ ສະເໝີ 2 ນັດ ເສຍ 2 ນັດ ມີ 5 ຄະແນນ, ຊ້າງນ້ອຍ ແຂ່ງ 5 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 4 ຄະແນນ, ກອງທັບ ແຂ່ງ 5 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 4 ຄະແນນ ແລະ ມາສເຕີ້ ເຊເວັ້ນ ແຂ່ງ 5 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 4 ຄະແນນ ຍັງມີລຸ້ນເຂົ້າຮອບທັງ 5 ທີມ.
ນັດສຸດທ້າຍ ຈະແຂ່ງໃນວັນທີ 27 ສິງຫານີ້ ເວລາ 15:00 ໂມງ ສະໜາມ 1 ຫຼວງພະບາງ ພົບກັບ ກອງທັບ, ເວລາ 15:00 ໂມງ ສະໜາມ 2 ມາສເຕີ້ ເຊເວັ້ນ ພົບກັບ ຊ້າງນ້ອຍ ແລະ ເວລາ 18:00 ໂມງ ສະໜາມ 1 ເອສຣາ ພົບກັບ ວຽງຈັນ. ການແຂ່ງຂັນບານເຕະ U18 ແມ່ນເອົາທີມອະຄາເດມີ້ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ແລ້ວເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
Photo: LFF