ການແຂ່ງຂັນບານເຕະ U18 ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ນັດທີ 4 ວັນທີ 21 ສິງຫາ 2022 ທີ່ສະໜາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
+ ເອສຣາ ເອັຟຊີ ແຊ້ມເກົ່າ ເອົາຊະນະ ຈຳປາສັກ ເອັຟຊີ 3-2.
+ ວຽງຈັນ ເອັຟຊີ ເອົາຊະນະ ກອງທັບ ເອັຟຊີ 1-0
+ ຫຼວງພະບາງ ເອັຟຊີ ເອົາຊະນະ ຊ້າງນ້ອຍ ເອັຟຊີ 2-0
ຕາຕະລາງຄະແນນຂະນະນີ້ ເອສຣາ ແຂ່ງ 4 ນັດ ຊະນະ 4 ນັດລວດ ມີ 12 ຄະແນນເຕັມ, ຈໍາປາສັກ ແຂ່ງ 4 ນັດ ຊະນະ 3 ນັດ ເສຍ 1 ນັດ ມີ 9 ຄະແນນ, ຫຼວງພະບາງ ແຂ່ງ 3 ນັດ ຊະນະ 2 ນັດ ເສຍ 1 ນັດ ມີ 6 ຄະແນນ, ວຽງຈັນ ແຂ່ງ 4 ນັດ ມີ 4 ຄະແນນ, ກອງທັບ ແຂ່ງ 3 ນັດ ຊະນະ 1 ນັດ ເສຍ 2 ນັດ ມີ 3 ຄະແນນ, ມາສເຕີ້ ເຊເວັ້ນ ແຂ່ງ 3 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 1 ຄະແນນ ແລະ ຊ້າງນ້ອຍ ແຂ່ງ 3 ນັດ ຍັງບໍ່ຄະແນນ.
ນັດຕໍ່ໄປ ຈະແຂ່ງໃນວັນທີ 23 ສິງຫານີ້ ເວລາ 15:00 ໂມງ ສະໜາມ 1 ມາສເຕີ້ ເຊເວັນ ພົບກັບ ເອສຣາ, ເວລາ 15:00 ໂມງ ສະໜາມ 2 ຈຳປາສັກ ພົບກັບ ຫຼວງພະບາງ ແລະ ເວລາ 18:00 ໂມງ ສະໜາມ 1 ຊ້າງນ້ອຍ ພົບກັບ ກອງທັບ.
ການແຂ່ງຂັນບານເຕະ U18 ແມ່ນເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
Photo: LFF U-18 championship